ນະໂຍບາຍຄວາມເປັນສ່ວນຕົວສໍາລັບລູກຄ້າ
ບໍລິສັດ ທະເວນຕີ້ໄຟຣ ໂຊຊ່ຽວຈຳກັດ ໃຫ້ຄວມສຳຄັນໃນການປົກປ້ອງຂໍ້ມູນສ່ວນຕົວຂອງລູກຄ້າເປັນຢ່າງດີ ນະໂຍບາຍຄວາມເປັນສ່ວນຕົວໄດ້ອະທິບາຍການປະຕິບັດຂອງພວກເຮົາກ່ຽວກັບການເກັບກໍາ, ການນໍາໃຊ້, ຫຼືການເປີດເຜີຍຂໍ້ມູນສ່ວນບຸກຄົນລວມທັງສິດຕ່າງໆ ຂອງເຈົ້າຂອງຂໍ້ມູນສ່ວນຕົວພາຍໃຕ້ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວ
ການເກັບກໍາຂໍ້ມູນສ່ວນບຸກຄົນ
ພວກເຮົາຈະເກັບກໍາຂໍ້ມູນສ່ວນບຸກຄົນທີ່ໄດ້ຮັບໂດຍກົງຈາກທ່ານໂດຍຜ່ານຊ່ອງທາງຕໍ່ໄປນີ້:
- ການສະໝັກສະມາຊິກ
- Google Login
ປະເພດຂອງຂໍ້ມູນສ່ວນບຸກຄົນທີ່ເກັບກໍາ
ຂໍ້ມູນຕິດຕໍ່ເຊັ່ນ: ທີ່ຢູ່, ເບີໂທລະສັບ, ອີເມວ, ເປັນຕົ້ນ
ຂໍ້ມູນບັນຊີເຊັ່ນ: ບັນຊີຜູ້ໃຊ້ງານ ປະຫວັດການໃຊ້ງານ, ເປັນຕົ້ນ.
ຂໍ້ມູນການເຮັດທຸລະກໍາແລະການເງິນເຊັ່ນ: ປະຫວຫວັດການສັ່ງຊື້ລາຍລະອຽດບັດເຄຣດິດ, ບັນຊີທະນາຄານ, ເປັນຕົ້ນ.ໍ
ຂໍ້ມູນດ້ານເຕັກນິກເຊັ່ນ: IP address, ID Cookie, ປະຫວັດການນໍາໃຊ້ເວັບໄຊທ໌ ( Activity Log) ເປັນຕົ້ນ
ເຍົາວະຊົນ
ຖ້າເຈົ້າມີອາຍຸຕ່ຳກວ່າ 20 ປີ ຫຼືມີຂໍ້ຈຳກັດທາງກົດໝາຍ ພວກເຮົາອາດຈະເກັບກຳ, ໃຊ້ ຫຼືເປີດເຜີຍຂໍ້ມູນສ່ວນຕົວຂອງເຈົ້າ. ພວກເຮົາອາດຈະຕ້ອງໄດ້ຮັບການຄວາມຍິນຍອມຈາກພໍ່ແມ່ ຫຼືຜູ້ປົກຄອງຂອງເຈົ້າ ຫຼືບ່ອນທີ່ກົດໝາຍອະນຸຍາດ. ຖ້າຫາກວ່າພວກເຮົາໄດ້ຮັບຮູ້ວ່າຂໍ້ມູນສ່ວນບຸກຄົນໄດ້ຖືກເກັບກໍາຈາກຜູ້ທີ່ຍັງເປັນເຍົາວະຊົນຢູ່ໂດຍບໍ່ມີການຍິນຍອມເຫັນດີຂອງພໍ່ແມ່ຫຼືຜູ້ປົກຄອງພວກເຮົາຈະດໍາເນີນການເພື່ອລຶບຂໍ້ມູນນັ້ນອອກຈາກເຊີຣເວີຣຂອງພວກເຮົາ.
ວິທີການເກັບຮັກສາຂໍ້ມູນສ່ວນຕົວຂອງບຸກຄົນ
ພວກເຮົາຈະເກັບຮັກສາຂໍ້ມູນສ່ວນບຸກຄົນຂອງທ່ານທັງໃນຮູບແບບເປັນເອກະສານແລະເອເລັກໂຕຣນິກ.
ພວກເຮົາເກັບຮັກສາຂໍ້ມູນສ່ວນຕົວຂອງເຈົ້າດັ່ງນີ້:
- ຜູ້ໃຫ້ບໍລິການເຊີບເວີຢູ່ຕ່າງປະເທດ
ການປະມວນຜົນຂໍ້ມູນສ່ວນຕົວຂອງບຸກຄົນ
ພວກເຮົາຈະເກັບກຳ ໃຊ້ ຫຼືເປີດເຜີຍຂໍ້ມູນສ່ວນຕົວຂອງເຈົ້າເພື່ອຈຸດປະສົງຕໍ່ໄປນີ້:
- ເພື່ອສ້າງ ແລະຈັດການບັນຊີຜູ້ໃຊ້ງານ
- ເພື່ອຈັດສົ່ງສິນຄ້າຫຼືບໍລິການ
- ເພື່ອປັບປຸງສິນຄ້າ ບໍລິການຫຼືປະສົບການຂອງຜູ້ໃຊ້ງານ
- ເພື່ອການບໍລິຫານຈັດການພາຍໃນບໍລິສັດ
- ເພື່ອການຕະຫຼາດແລະການສົ່ງເສີມການຂາຍ
- ເພື່ອການບໍລິການຫລັງການຂາຍ
- ເພື່ອເກັບກໍາລວບລວມຂໍ້ຄວາມຄິດເຫັນ
- ເພື່ອຊໍາລະຄ່າສິນຄ້າຫຼືບໍລິການ
- ເພື່ອປະຕິບັດຕາມຂໍ້ກໍານົດແລະເງື່ອນໄຂ (Terms and Conditions)
- ເພື່ອປະຕິບັດຕາມກົດໝາຍ ແລະ ລະບຽບການຂອງອົງການລັດ
ການເປີດເຜີຍຂໍ້ມູນສ່ວນຕົວ
ພວກເຮົາອາດຈະເປີດເຜີຍຂໍ້ມູນສ່ວນຕົວຂອງເຈົ້າໃຫ້ກັບຜູ້ອື່ນດ້ວຍການຍິນຍອມຂອງເຈົ້າ ຫຼືບ່ອນທີ່ກົດໝາຍອະນຸຍາດ,ໃຫ້ເປີດເຜີຍ ດັ່ງຕໍ່ໄປນີ້:
- ການບໍລິຫານຈັດການພາຍໃນອົງກອນ ພວກເຮົາອາດຈະເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານພາຍໃນບໍລິສັດຕາມຄວາມຈໍາເປັນເພື່ອປັບປຸງແລະພັດທະນາສິນຄ້າຫຼືການບໍລິການຂອງພວກເຮົາ ພວກເຮົາອາດຈະເກັບກໍາຂໍ້ມູນພາຍໃນສໍາລັບສິນຄ້າຫຼືການບໍລິການຕ່າງໆພາຍໃຕ້ນະໂຍບາຍນີ້ເພື່ອຜົນປະໂຫຍດຂອງທ່ານແລະຄົນອື່ນໆໃຫ້ຫຼາຍຂື້ນ
- ຜູ້ໃຫ້ບໍລິການ ພວກເຮົາອາດຈະເປີດເຜີຍບາງຂໍ້ມູນສ່ວນຕົວຂອງເຈົ້າໃຫ້ກັບຜູ້ໃຫ້ບໍລິການຂອງພວກເຮົາຕາມຄວາມຈໍາເປັນເພື່ອປະຕິບັດໜ້າທີ່ຂອງເຂົາເຈົ້າເຊັ່ນ: ການຊຳລະເງິນ, ການຕະຫຼາດ, ການພັດທະນາສິນຄ້າ ຫຼືການບໍລິການ ເປັນຕົ້ນ ຜູ້ໃຫ້ບໍລິການຂອງພວກເຮົາມີນະໂຍບາຍຄວາມເປັນສ່ວນຕົວຂອງເຂົາຕົນເອງ.
- ຜູ້ຮ່ວມທຸລະກິດ ພວກເຮົາອາດຈະເປີດເຜີຍຂໍ້ມູນບາງຢ່າງໃຫ້ກັບຄູ່ຄ້າທຸລະກິດເພື່ອຕິດຕໍ່ ແລະປະສານງານໃນການສະຫນອງສິນຄ້າ ຫຼືການບໍລິການ ແລະໃຫ້ຂໍ້ມູນຫຼາຍເທົ່າທີ່ຈໍາເປັນກ່ຽວກັບການກຽມຄວາມພ້ອມໃຊ້ງານຂອງສິນຄ້າ ຫຼືການບໍລິການ.
- ການບັງຄັບໃຊ້ກົດຫມາຍ ໃນກໍລະນີມີການຮ້ອງຂໍຈາກກົດໝາຍ ຫຼືອົງການຂອງລັດ ພວກເຮົາຈະເປີດເຜີຍຂໍ້ມູນສ່ວນຕົວຂອງບຸກຄົນຕາມຄວາມຈໍາເປັນຕໍ່ອົງການຂອງລັດເຊັ່ນ: ສານ, ອົງການຂອງລັດ ເປັນຕົ້ນ
- ການໂອນຂໍ້ມູນສ່ວນບຸກຄົນໄປຕ່າງປະເທດ ພວກເຮົາອາດຈະເປີດເຜີຍ ຫຼືໂອນຂໍ້ມູນສ່ວນຕົວຂອງທ່ານໃຫ້ກັບບຸກຄົນ, ອົງການຈັດຕັ້ງ ຫຼືເຊີບເວີ(Server) ທີ່ຢູ່ຕ່າງປະເທດ. ພວກເຮົາຈະດຳເນິນການມາດຕະການຕ່າງໆ ເພື່ອຮັບປະກັນວ່າການໂອນຂໍ້ມູນສ່ວນຕົວຂອງທ່ານໄປຍັງປະເທດປາຍທາງມີມາດຕະຖານທີ່ພຽງພໍໃນການປົກປ້ອງຂໍ້ມູນສ່ວນຕົວ ຫຼືກໍລະນີອື່ນໆຕາມທີ່ກົດໝາຍກຳນົດໄວ້.
ໄລຍະເວລາຂອງການເກັບຮັກສາຂໍ້ມູນສ່ວນບຸກຄົນ
ພວກເຮົາຈະເກັບຂໍ້ມູນສ່ວນຕົວຂອງທ່ານໄວ້ຕາມໄລຍະເວລາທີ່ຈຳເປັນ ໃນລະຫວ່າງທີ່ທ່ານເປັນລູກຄ້າ ຫຼືໃນຄວາມສຳພັນຢູ່ກັບພວກເຮົາ ຫຼືຕະຫຼອດໄລະເວລາທີ່ຈຳເປັນເພື່ອເຮັດສຳເລັດຈຸດປະສົງທີ່ກ່ຽວຂ້ອງກັບນະໂຍບາຍນີ້ ເຊິ່ງອາດຈະຕ້ອງຖືກຮັກສາໄວ້ພາຍຫຼັງທີ່ກົດໝາຍກຳນົດໄວ້, ພວກເຮົາຈະລົບ ທຳລາຍ ຫຼື ເຮັດໃຫ້ຂໍ້ມູນທີ່ບໍ່ສາມາດລະບຸຕົວຕົນໄດ້. ໃນເວລາທີ່ໝົດຄວາມຕ້ອງການຫຼືໄລຍະເວລາດັ່ງກ່າວໄດ້ໝົດອາຍຸ
ສິດທິຂອງເຈົ້າຂອງຂໍ້ມູນສ່ວນບຸກຄົນ
ພາຍໃຕ້ກົດໝາຍວ່າດ້ວຍການຄຸ້ມຄອງຂໍ້ມູນສ່ວນບຸກຄົນ ທ່ານມີສິດທີ່ຈະດຳເນີນການຕໍ່ໄປນີ້
- ສິດທິໃນການຖອນການຍິນຍອມ (right to withdraw consent) ຖ້າຫາກທ່ານໄດ້ຮັບການຍິນຍອມ ພວກເຮົາຈະເກັບກຳຮວບຮວມໃຊ້ ຫຼືເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານ ບໍ່ວ່າຈະເປັນການຍິນຍອມທີ່ເຈົ້າໃຫ້ມານັ້ນແມ່ນກ່ອນວັນທີ່ກົດໝາຍວ່າດ້ວຍການຄຸ້ມຄອງຂໍ້ມູນມີຜົນສັກສິດ ຫຼືຫຼັງຈາກນັ້ນ ທ່ານມີສິດທີ່ຈະຖອນການຍິນຍອມເຫັນດີຂອງທ່ານໄດ້ທຸກເວລາ
- ສິດໃນການເຂົ້າເຖີງຂໍ້ມູນ (right to access) ທ່ານມີສິດຮ້ອງຂໍການເຂົ້າເຖິງຂໍ້ມູນສ່ວນຕົວທີ່ພວກເຮົາຖືກ່ຽວກັບທ່ານ ແລະຮ້ອງຂໍໃຫ້ພວກເຮົາສະໜອງສຳເນົາຂອງຂໍ້ມູນນັ້ນໃຫ້ທ່ານ ລວມທັງຂໍໃຫ້ພວກເຮົາເປີດເຜີຍວິທີທີ່ພວກເຮົາໄດ້ຮັບຂໍ້ມູນສ່ວນຕົວຂອງທ່ານມາໄດ້ໃນຮູບແບບໃດ
- ສິດໃນການຖ່າຍໂອນຂໍ້ມູນ (right to data portability) ທ່ານມີສິດທີ່ຈະໄດ້ຮັບຂໍ້ມູນສ່ວນຕົວຂອງທ່ານທີ່ພວກເຮົາເຮັດໃຫ້ຂໍ້ມູນສ່ວນບຸກຄົນມີຢູ່ໃນຮູບແບບທີ່ສາມາດອ່ານດ້ວຍເຄື່ອງຫຼືໃຊ້ງານໄດ້ດ້ວຍເຄື່ອງມືຫຼືອຸປະກອນອັດຕະໂນມັດແລະສາມາດນໍາໃຊ້ຫຼືເປີດເຜີຍຂໍ້ມູນສ່ວນບຸກຄົນໂດຍວິທີການອັດຕະໂນມັດ ລວມທັງມີສິດຂໍ້ໃຫ້ເຮົາສົ່ງຫຼືໂອນຂໍ້ມູນສ່ວນບຸກຄົນຂອງທ່ານໃນຮູບແບບດັ່ງກ່າວໄປຫາຜູ້ຄວບຄຸມຂໍ້ມູນບຸກຄົນອື່ນທີ່ມັນເປັນໄປໄດ້ແລະໂດຍວິທີການອັດຕະໂນມັດ ແລະມີສິດຮ້ອງຂໍຂໍ້ມູນສ່ວນບຸກຄົນທີ່ພວກເຮົາສົ່ງຫຼືໂອນຂໍ້ມູນສ່ວນບຸກຄົນໃນຮູບແບບດັ່ງກ່າວໂດຍກົງກັບຜູ້ຄວບຄຸມຂໍ້ມູນສ່ວນບຸກຄົນໂດຍຕົງ ເວັ້ນເສຍແຕ່ວ່າບໍ່ສາມາດດຳເນີການໄດ້ເພາະເຫດທາງເຕັກນິກ
- ສິດທິຂໍຄັດຄ້ານ (right to object) ທ່ານມີສິດຄັດຄ້ານການເກັບຮວບຮວມ ໃຊ້ ຫຼືເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານໄດ້ທຸກເວລາ. ຖ້າການເກັບກຳ, ນຳໃຊ້ ຫຼືການເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານແມ່ນຕ້ອງການເພື່ອປະຕິບັດຜົນປະໂຫຍດອັນຊອບທຳດ້ວຍກົດໝາຍຂອງພວກເຮົາ ຫຼືຂອງບຸກຄົນ ຫຼືນິຕິບຸກຄົນອື່ນ ໂດຍທີ່ບໍ່ເກີນຂອບເຂດທີ່ທ່ານສາມາດຄາດຫວັງຢ່າງສົມເຫດສົມຜົນຫຼືປະຕິບັດພາລະກິດຜົນປະໂຫຍດສາທາລະນະ
- ສິດທິຂໍໃຫ້ລົບຫຼືທຳລາຍຂໍ້ມູນ (right to erasure/destruction) ທ່ານມີສິດຮ້ອງຂໍໃຫ້ລົບຂໍ້ມູນ ຫຼືທໍາລາຍຂໍ້ມູນສ່ວນບຸກຄົນ ຫຼືເຮັດໃຫ້ຂໍ້ມູນສ່ວນບຸກຄົນທີ່ບໍ່ສາມາດລະບຸຕົວທ່ານໄດ້ ຫາກທ່ານເຊື່ອວ່າຂໍ້ມູນສ່ວນບຸນຄົນຂອງທ່ານຖືກເກັບຮວບຮວມ ໃຊ້ ຫຼື ເປີດເຜີຍໂດຍທີ່ບໍ່ຖືກຕ້ອງດ້ວຍກົດໜາຍທີ່ກ່ຽວຂ້ອງຫຼືວ່າໝົດຄວາມຈຳເປັນໃນການເກັບຮັກສາໄວ້ຕາມວັດຖຸປະສົງທີ່ກ່ຽວຂ້ອງກັບນະໂຍບາຍສະບັບນີ້ຫຼືເມື່ອທ່ານໃຊ້ສິດຂໍຖອນຄຳຍິນຍອມຫຼືໃຊ້ສິດຂໍຄັດຄ້ານຕາມທີ່ແຈ້ງໄວ້ໃນເບື້ອງຕົ້ນແລ້ວ
- ສິດທິຂໍລະງັບກັນໃຊ້ຂໍ້ມູນ (right to restriction of processing) ທ່ານມີສິດຂໍໃຫ້ລະງັບການໃຊ້ຂໍ້ມູນສ່ວນບຸກຄົນຊົ່ວຄາວໃນກໍລະນີທີ່ເຮົາຢູ່ລະຫວ່າງການກວດສອບຄຳຮ້ອງຂໍໃຊ້ສິດຂໍແກ້ໄຂຂໍ້ມູນສ່ວນບຸກຄົນຫຼືຂໍຄັດຄ້ານຂອງທ່ານຫຼືກໍລະນີອື່ນທີ່ໄດ້ໜົດຄວາມຈຳເປັນແລະຕ້ອງໄດ້ລົບຫຼືທຳລາຍຂໍ້ມູນສ່ວນບຸກຄົນຂອງທ່ານຕາມກົດໝາຍທີ່ກ້ຽວຂ້ອງແຕ່ທ່ານຂໍໃຫ້ເຮົາລະງັບການໃຊ້ແທນ
- ສິດທິຂໍໃຫ້ແກ່ນໄຂຂໍ້ມູນ (right to rectification) ທ່ານມີສິດຂໍແກ້ໄຂຂໍ້ມູນສ່ວນບຸດຄົນຂອງທ່ານໃຫ້ຖືກຕ້ອງ ເປັນປັດຈຸບັນ ສົມບູນແລະບໍ່ເຮັດໃຫ້ເກີດຄວມເຂົ້າໃຈຜິດ
- ສິດທິດຮ້ອງຮຽນ (right to lodge a complaint) ທ່ານມີສິດຮ້ອງຮຽນຕໍ່ຜູ້ມີອຳນາດຕາມກົດໝາຍທີ່ກ້ຽວຂ້ອງ ຫາກທ່ານເຊື່ອວ່າການເກັບຮວບຮວມ ໃຊ້ຫຼືເປີດເຜີຍຂໍ້ມູນສ່ວນບຸກຄົນຂອງທ່ານ ເປັນການກະທຳໃນລັກສະນະຝ່າຝືນຫຼືບໍ່ປະຕິດບັດຕາມກົດໝາຍທີ່ກ້ຽວຂ້ອງ
ທ່ານສາມາດໃຊ້ສິດຂອງທ່ານໃນຖານະເຈົ້າຂອງຂໍ້ມູນສ່ວນບຸກຄົນໃນຂ້າງຕົ້ນໄດ້ ໂດຍຕິດຕໍ່ມາຍັງເຈົ້າໜ້າທີ່ຄຸ້ມຄອງຂໍ້ມູນຂອງເຮົາຕາມລາຍລະອຽດທ້າຍນະໂຍບາຍນີ້ ພວກເຮົາຈະແຈ້ງຜົນດຳເນີນການໃນໄລຍະເວລາ 30 ວັນ ນັບແຕ່ມື້ທີ່ເຮົາໄດ້ຮັບຄຳຂໍໃຊ້ສິດຈາກທ່ານ ຕາມແບບຟອມຫຼືວິທີການທີ່ເຮົາກຳນົດ ທັ່ງນີຫາກເຮົາປະຕິເສດຄຳຮ້ອງຂໍເຮົາຈະເເຈ້ງເຫດຜົນຂອງການປະຕິເສດໃຫ້ທ່ານໃຫ້ຮັບຮູ້ຜ່ານຊ່ອງທາງຕ່າງໆ ເຊັ່ນ ຂໍຄວາມ(SMS) ອີເມວ ໂທລະສັບ ຈົດໝາຍ ເປັນຕົ້ນ
ການໂຄສະນາແລະການຕະຫຼາດ
ເພື່ອຜົນປະໂຫຍດໃນການໄດ້ຮັບສິນຄ້າຫຼືການບໍລິການຂອງເຮົາ ເຮົາໃຊ້ຂໍ້ມູນຂອງທ່ານເພື່ອການວິເຄາະແລະປັບປຸງສິນຄ້າຫຼືການບໍລິການແລະເຮັດການຕະຫຼາດຜ່ານ Google, Facebook, pixel tracking code ແລະອື່ນໆ ເຮົາໃຊ້ຂໍ້ມູນດັ່ງກ່າວເພື່ອໃຫ້ສິນຄ້າຫຼືການບໍລິການເໝາະສົມກັບທ່ານ
ເວັບໄຊຣຂອງເຮົາອາດສະແດງໂຄສະນາຈາກບຸກຄົນທີ່ສາມເພື່ອອຳນວຍຄວາມສະດວກໃນການບໍລິການຂອງເຮົາ ເຊັ່ນ Google AdSense, BuySellAds ບຸກຄົນທີ່ສາມເຫຼົ່ານີ້ອາດເຂົ້າເຖີງຂໍ້ມູນສ່ວນຕົວຂອງທ່ານເພື່ອດຳເດີນການເຫຼົ່ານີ້ເທົ່ານັ້ນ ແລະ ມີໜ້າທີ່ບໍ່ເປີດເຜີຍຫຼືໃຊ້ເພື່ອຈຸປະສົງຢ່າງອື່ນ ເຮົາອາກສົ່ງຂໍ້ມູນຫຼືຈົດໜາຍຂ່າວໄປທາງອີເມວຂອງທ່ານ ໂດຍມີການວັດຖຸປະສົງເພື່ອສະເໜີສິ່ງທີ່ສົນໃຈກ່ຽວກັບທ່ານ ຫາກທ່ານບໍ່ຮັບການຕິດຕໍ່ສື່ສານຈາກເຮົາຜ່ານທາງອີເມວອິກຕໍ່ໄປທ່ານສາມາດກົດ"ຍົກເລີກການຕິດຕໍ່" ໃນລິ້ງອີເມວຫຼືຕິດຕໍ່ມາຍັງອີເມວຂອງເຮົາໄດ້
ເຕັກໂນໂລຍີຕິດຕາມຕົວບຸກຄົນ (Cookies)
ເພື່ອເພີ່ມປະສົບການໃນການໃຊ້ງານຂອງທ່ານໃຫ້ສົມບູນແລະມີປະສິດທິພາບຫຼາຍຂື້ນ ເຮົາໃຊ້ຄຸກກີ້(Cookies)ຫຼືເຕັກໂນໂລຍີທີ່ຄ້າຍຄືກັນ ເພື່ອພັດທະນາການເຂົ້າຖືງສິນຄ້າຫຼືບໍລິການໂຄສະນາທີ່ເໝາະສົມ ແລະ ຕິດຕາມການໃຊ້ງານຂອງທ່ານ ເຮົາໃຊ້ຄຸກກີ້ເພື່ອລະບຸແລະຕິດຕາມຜູ້ໃຊ້ງານເວັບໄຊຣແລະການເຂົ້າຖືງເວັບໄຊຣຂອງເຮົາ ຫາກທ່ານບໍ່ຕ້ອງການໃຫ້ມີຄຸກກີ້ໄວ້ໃນຄອມພິວເຕີ່ຂອງທ່ານ ທ່ານສາມາດຕັ່ງຄ່າເບົາເຊີຣເພື່ອປະຕິເສດຄຸກກີ້ກ່ອນທີ່ຈະໃຊ້ເວັບໄຊຣຂອງເຮົາໄດ້
ການຮັກສາຄວາມໝັ້ນຄົງ ປອດໄພຂອງຂໍ້ມູນສ່ວນບຸກຄົນ
ເຮົາຈະຮັກສາຄວາມໝັ້ນຄົນປອດໄພຂອງຂໍ້ມູນສ່ວນບຸກຄົນຂອງທ່ານໄວ້ຕາມຫຼັກການ ການຮັກສາຄວາມລັບ (Confidentiality) ຄວາມຖືກຕ້ອງຄົບຖ້ວນ (integrity) ແລະສະພາບພ້ອມໃຊ້ງານ (availability) ທັ້ງນີ້ ເພື່ອປົກປ້ອງການສູນຫາຍ ເຂົ້າຖືງ ໃຊ້ປ່ຽນແປງ ແກ້ໄຂຫຼືເປີດເຜີຍ ນອກຈາກນີ້ເຮົາຈະຈັດໃຫ້ມີມາດຕະການຮັກສາຄວາມໝັ່ນຄົງປອດໄພຂອງຂໍ້ມູນສ່ວນບຸກຄົນ ຊື່ງຄອບຄຸມຖືງມາດຕະການປ້ອງກັນດ້ານການບໍລິຫານຈັດການ(administrative safeguard) ມາດຕະການປ້ອງກັນດ້ານເຕັກນິກ (technical safeguard) ແລະມາດຕະການປ້ອງກັນທາງກາຍຍະພາບ (physical safeguard) ໃນເລື່ອງການເຂົ້າຖືງແລະການຄວບຄຸມການໃຊ້ງານຂໍ້ມູນສ່ວນບຸກຄົນ (access control)
ການແຈ້ງເຫດລະເມີດຂໍ້ມູນສ່ວນບຸກຄົນ
ໃນກໍລະນີ້ມີເຫດລະເມີດຂໍ້ມູສ່ວນບຸກຄົນເກີດຂື້ນ ເຮົາຈະແຈ້ງສຳນັກງານຄະນະກຳມະການຄຸ້ມຄອງຂໍ້ມູນສ່ວນບຸກຄົນໃຫ້ຮັບຮູ້ໂດຍໄວ້ພາຍໃນ 72 ຊົ່ວໂມງ ນັບແຕ່ຮັບຮູ້ເຫດເທົ່າທີ່ສາມາດກະທຳໄດ້ ໃນກໍລະນີ້ການລະເມີດມີຄວາມສ່ຽງສູງທີ່ຈະມີຜົນກະທົບຕໍ່ສິທິແລະເສລີພາບຂອງທ່ານ ເຮົາຈະແຈ້ງການລະເມີດໃຫ້ຮັບຮູ້ພ້ອມກັບແນວທາງການຍ້ຽວຍາໂດຍໄວຜ່ານຊ່ອງທາງຕ່າງໆ ເຊັ່ນ ເວັບໄຊຣ ຂໍ້ຄວາມ (SMS) ອີເມວ ໂທລະສັບ ຈົດໜາຍເປັນຕົ້ນ
ການແກ້ໄຂປ່ຽນແປງນະໂຍບາຍຄວາມເປັນສ່ວນຕົວ
ເຮົາອາດແກ້ໄຂປ່ຽນແປງນະໂຍບາຍນີ້ເປັນບາງເທື່ອ ໂດຍທ່ານສາມາດຮັບຮູ້ຂໍ້ກຳນົດ ແລະ ເງືຶ່ອນໄຂນະໂຍບາຍທີ່ມີການແກ້ໄຂ ປ່ຽນແປງນີ້ໄດ້ຜ່ານທາງເວັບໄຊຣຂອງເຮົາ
ນະໂຍບາຍນີ້ແກ້ໄຂລ່າສຸດ ແລະ ມີຜົນໃຊ້ບັງຄັບຕັ້ງແຕ່ສັນທີ່ 28 ກັນຍາ 2567
ນະໂຍບາຍຄວາມເປັນສ່ວນຕົວຂອງເວັບໄຊອື່ນ
ນະໂຍບາຍຄວາມເປັນສ່ວນຕົວສະບັບນີ້ໃຊ້ສຳລັບການສະເໜີສິນຄ້າບໍລິການ ແລະ ໃຊ້ງານບົນເວັບໄຊຣສຳລັບລູກຄ້າຂອງເຮົາເທົ່ານັ້ນ ຫາກທ່ານເຂົ້າຊົມເວັບໄຊຣອື່ນເຖີງແມ່ນວ່າຈະຜ່ານຊ່ອງທາວເວັບໄຊຣຂອງເຮົາ ການຄຸ້ມຄອງຂໍ້ມູນສ່ວນບຸກຄົນຕ່າງໆ ຈະເປັນໄປຕາມນະໂຍບາຍຄວາມເປັນສ່ວນຕົວຂອງເວັບໄຊຣນັ້ນ ຊືງເຮົາບໍ່ມີສ່ວກ່ຽວຂ້ອງນຳ
ລາຍລະອຽດການຕິດຕໍ່
ຫາກທ່ານຕ້ອງການສອບຖາມຂໍ້ມູນກ່ຽວກັບນະໂຍບາຍຄວາມເປັນສ່ວນຕົວສະບັບນີ້ ລວມຖືງການຂໍ້ໃຊ້ສິດຕ່າງໆ ທ່ານສາມາດຕິດຕໍ່ເຮົາຫຼືເຈົ້າໜ້າທີ່ຄຸ້ມຄອງຂໍ້ມູນສ່ວນບຸກຄົນຂອງເຮົາໄດ້ດັ່ງນີ້
ຜູ້ຄວບຄຸມຂໍ້ມູນສ່ວນບຸກຄົນ
ບໍລິສັດ ທະເວນຕີ້ໂຟຣ ໂຊຊ່ຽວຈຳກັດ
73/117 ໝູ່.8 ບາງກະຈະ ເມືອງຈັນທະບຸຣີ ຈັນທະບຸຣີ 22000
ອີເມວ ongloveth2543@gmail.com
ເວັບໄຊຣ 24social.in.th
ໝາຍເລກໂທລະສັບ 0983947016
ເຈົ້າໜ້າທີ່ຄຸ້ມຄອງຂໍ້ມູນສ່ວນບຸກຄົນ
ທະນາວຸດ ລ້ອມໂລດຈະນາກຸນ
73/117 ໝູ່.8 ບາງກະຈະ ເມືອງຈັນທະບຸຣີ ຈັນທະບຸຣີ 22000
ອີເມວ info@24social.in.th
ໝາຍເລກໂທລະສັບ 0983947016